ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ​ຍອມຮັບ​ວ່າ​ໄດ້​ກຳໄລ​ ອັນ​ມະຫາສານ​ຈາກ​ສົງຄາມ

     ແຫ່ງຂ່າວ ​ສປ ຈີນ ລາຍ​ງານ​ວັນ​ທີ 9 ມີນາ 2024 ຜ່ານ​ມາ​ນີ້​ວ່າ: ອາ​ເມ​ຣິ​ກາ ​ສະແຫວງຫາ​ຜົນ​ກຳໄລ​ອັນ​ມະຫາສານ​ຈາກ​ສົງຄາມ ຢູ່​
ເລື້ອຍໆ ແລະ ການກະທໍາດັ່ງກ່າວທີ່ຖືກດຳເນີນ​ມາ​ເປັນ​ເວລາ​ຍາວ​ນານ​ນັ້ນ ​ບໍ່​ແມ່ນ​ຄວາມ​ລັບ​ແຕ່​ປະການ​ໃດ. ທ່ານ ​ລີ​ອອດ ​ອົສ​ຕິນ ລັດຖະ
ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ອາ​ເມ​ຣິ​ກາ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ທີ່​ທຳ​ນຽບ​ຂາວ​ວ່າ: ການ​ປະ​ທະ​ກັນ​ລະຫວ່າງ​ອູ​ແກຣນ ແລະ ຣັດ​ເຊຍ ໄດ້​
ສ້າງ​ຜົນ​ປະໂຫຍດ​ຕໍ່​ເສດຖະກິດ​ອາ​ເມ​ຣິ​ກາ.

     ອາວຸດ​ທີ່ ​ອາ​ເມ​ຣິ​ກາ ສົ່ງ​ໄປ​ໃຫ້​ ອູ​ແກຣນ ລ້ວນ​ແຕ່​ແມ່ນ​ມາ​ຈາກ​ແຮງ​ງານ​ຂອງ​ກຳມະກອນ​ຢູ່​ແຫ່ງ​ຕ່າງໆ​ທົ່ວ​ປະເທດ ​ອາ​ເມ​ຣິ​ກາ ໄດ້
ຊ່ວຍ​ກັນ​ຜະລິດ ເຊິ່ງ​ສະແດງ​ອອກ​ໃຫ້​ເຫັນ​ວ່າ: ປີ 2023, ມູນ​ຄ່າ​ການຈຳໜ່າຍ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ຕ່າງປະເທດ​ຂອງ​ ອາ​ເມ​ຣິ​ກາ ໄດ້​
ເພີ່ມ​ຂຶ້ນ 16%, ບັນລຸເງິນໄດ້ເຖິງ 238 ຕື້​ໂດ​ລາ​ສະຫະລັດ ຖື​ເປັນ​ສະຖິຕິ​ສູງ​ສຸດ​ຄັ້ງ​ໃໝ່​ໃນ​ປະຫວັດສາດ. ຕົວ​ເລກ​ຂໍ້​ມູນ​ຂອງ​ທະນາຄານ​ກາງ​
ອາ​ເມ​ຣິ​ກາ ຫຼື FED ໄດ້​ຢືນຢັນ​ເຖິງ​ການ​ໄດ້ຜົນ​ປະໂຫຍດ​ຂອງ​ອາ​ເມ​ຣິ​ກາ​ຄື: ນັບ​ແຕ່​ເກີດ​ບັນຫາ​ລະຫວ່າງ ​ອູ​ແກຣນ ແລະ ຣັດ​ເຊຍ, ມູນ​ຄ່າ​
ຜົນ​ຜະລິດ​ອຸດສາຫະກຳ​ໃນ​ຂົງເຂດ​ວຽກ​ງານ​ການ​ປ້ອງ​ກັນ​ປະເທດ ແລະ ການບິນ​ອະວະກາດ​ໄດ້​ເພີ່ມ​ຂຶ້ນ 17,5%. ຖາມ​ວ່າ: ອາ​ເມ​ຣິ​ກາ ໃຊ້​
ກົນອຸບາຍ​ຫຍັງ ເພື່ອ​ສະແຫວງຫາ​ຜົນກຳໄລ​ອັນ​ມະຫາສານ​ຈາກ​ສົງຄາມ? ຕອບ​ງ່າຍໆ​ກໍ​ຄື: ການຂາຍ​ອາວຸດ.

     ຫຼັງ​ຈາກ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ ​ອູ​ແກຣນ ແລະ ຣັດ​ເຊຍ ແລ້ວ, ອາ​ເມ​ຣິ​ກາ ໄດ້​ເພີ່ມ​ການ​ຊ່ວຍເຫຼືອ​ຕໍ່ ​ອູ​ແກຣນ​ຢ່າງ​ບໍ່​ຢຸດ​ຢັ້ງ ເຊິ່ງ
ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ທີ່​ ອາ​ເມ​ຣິ​ກາ ຊ່ວຍເຫຼືອ​ຕ່າງປະເທດ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ເປັນຕົ້ນ​ມາ. ໃນ​ນັ້ນ ສ່ວນ​ຫຼາຍ​ກໍ​ແມ່ນ​ການ​ຊ່ວຍເຫຼືອ
​ທາງ​ການ​ທະຫານ​ນັ້ນ​ເອງ. ແນ່ນອນ​ແລ້ວ​ວ່າການ​ຊ່ວຍເຫຼືອ​ດັ່ງກ່າວ​ບໍ່​ແມ່ນ​ການ​ຊ່ວຍເຫຼືອ​ລ້າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2024